ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 5 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 15 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
  • 19 ຊົ່ວໂມງ ກ່ອນ ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI
ໜ້າຫຼັກ ຄັງຄຳຄົ້ນຫາ ໂຄວິດ-19

ຄັງຄຳຄົ້ນຫາ ໂຄວິດ-19

ຂ່າວຕ່າງປະເທດ

ມີຈັກປະເທດແລ້ວທີ່ສັ່ງຊື້ວັກຊີນປ້ອງກັນໂຄວິດ-19 ຈາກຣັດເຊຍ?

ຂຽນໂດຍ: ກຸ້ງຄຳ ແສນມະນີ
18/08/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ, ສຸຂະພາບ, ສຸຂະພາບແລະຄວາມງາມ, ເກາະຕິດ COVID-19
0
111

ຣັດເຊຍປະກາດຕົນເປັນປະເທດທຳອິດຂອງໂລກທີ່ຄິດຄົ້ນວັກຊີນໂຄວິດ-19 ໄດ້ສຳເລັດ ພ້ອມທັງປະທານາທິບໍດີ ປູຕິນ ເອງກໍໄດ້ຢັ້ງຢືນວ່າ ໄດ້ໃຊ້ວັກຊີນນີ້ກັບລູກສາວຂອງຕົນເອງໄປແລ້ວ ໂດຍອາການຫຼັງຈາກທີ່ໄດ້ຮັບວັກຊີນແມ່ນປົກກະຕິດີ. ແນວໃດກໍຕາມ ທາງດ້ານຜູ້ຊ່ຽວຊານດ້ານການແພດຈາກນານາຊາດຍັງມີຂໍ້ສົງໄສກ່ຽວກັບຄວາມປອດໄພຂອງວັກຊີນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ມີການຕີພິມງານວິໄຈທາງວິຊາການອອກມາເພື່ອໃຫ້ໝັ້ນໃຈວ່າວັກຊີນປອດໄພແທ້. ວັກຊີນດັ່ງກ່າວນີ້ໄດ້ຮັບການຕັ້ງຊື່ຢ່າງບໍ່ເປັນທາງການຕາມຊື່ຂອງດາວທຽມຣັດເຊຍວ່າ “ສະປຸດນິກ V” ໂດຍຣັດເຊບວາງແຜນຈະແຈກຈ່າຍວັກຊີນໃຫ້ກັບປະຊາຊົນກຸ່ມທຳອິດ ເຊິ່ງກໍຄືບຸກຄະລາກອນທາງການແພດ, ຄູ ແລະ ກຸ່ມສ່ຽງອື່ນໆພາຍໃນເດືອນສິງຫາ 2020. ຫຼັງຈາກນັ້ນໃນເດືອນຕຸລາເປັນຕົ້ນໄປຈຶ່ງຈະເລີ່ມແຈກຈ່າຍໃຫ້ກັບປະຊາຊົນທົ່ວໄປເປັນວົງກວ້າງໃນທົ່ວປະເທດ. ທັງນີ້, ເນື່ອງຈາກວ່າວັກຊີນດັ່ງກ່າວນີ້ຖືກພັດທະນາຂຶ້ນມາຢ່າງວ່ອງໄວ ແລະ ມີການຫຼຸດໄລຍະເວລາໃນການທົດລອງວັກຊີນລົງ ເຮັດໃຫ້ຫຼາຍປະເທດມີຄວາມກັງວົນກ່ຽວກັບຄວາມປອດໄພຂອງວັກຊີນດັ່ງກ່າວນີ້. ຫຼາຍຄົນກໍອາດຈະສົງໄສວ່າ ແລ້ວມີປະເທດໃດແດ່ທີ່ໝັ້ນໃຈ ແລະ ສັ່ງຊື້ວັກຊີນໂຄວິດ-19 ຈາກຣັດເຊຍແລ້ວແດ່? ອີງຕາມຂໍ້ມູນຈາກ Kirill Dmitriyev ຫົວໜ້າຫແງທຶນເພື່ອການລົງທຶນຂອງຣັດເຊຍ ເຊິ່ງສະໜອງທຶນໃຫ້ແກ່ການໂຄງການຜະລິດວັກຊີນນີ້ເປີດເຜີຍວ່າ ຕອນນີ້ມີຄຳຮ້ອງສັ່ງຊື້ວັກຊີນນີ້ແລ້ວຫຼາຍກວ່າ 1 ຕື້ໂດສ (doses) ຈາກ 20 ປະເທດ ແຕ່ບໍ່ມີການເປີດເຜີຍວ່າມີປະເທດໃດແດ່. ແຕ່ໃນນັ້ນ ມີຂໍ້ມູນອອກມາວ່າ ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ສົນໃຈ ແລະ ສັ່ງຊື້ວັກຊີນໂຄວິດ-19 ຈາກຣັດເຊຍ ແຕ່ກໍເຊັ່ນເຄີຍ ບໍ່ມີການລະບຸວ່າໄດ້ສັ່ງຊື້ຫຼາຍເທົ່າໃດ ແລະ ເມື່ອໃດຈະໄດ້ຮັບວັກຊີນ. ຂະນະທີ່ຫວຽດນາມເອງກໍໄດ້ມີການພັດທະນາວັກຊີນໂຄວິດ-19 ເຊັ່ນກັນ ເຊິ່ງກະຊວງສາທາລະນະສຸກຂອງເຂົາເຈົ້າກ່າວວ່າ ວັກຊີນທີ່ຄິດຄົ້ນເອງຈະພ້ອມນຳໃຊ້ພາຍໃນທ້າຍປີ 2021. ກັບມາທີ່ເລື່ອງຂອງວັກຊີນທີ່ຜະລິດໂດຍຣັດເຊຍ, Dmitriyev …

ອ່ານເພີ່ມ
ຂ່າວຕ່າງປະເທດ

ສປຊ ຂໍຄວາມຊ່ວຍເຫຼືອ ເພື່ອສູ້ກັບໂຄວິດ-19

ຂຽນໂດຍ: ເຂີຍເມືອງຊຳ
19/07/2020
in :  ຂ່າວຕ່າງປະເທດ
0
41

ສະຫະປະຊາຊາດ ຫຼື ສປຊ ອອກມາຂໍເງິນບໍລິຈາກນານາຊາດເປັນເງິນ 1.03 ໝື່ນລ້ານດອນລາສະຫະລັດ ເພື່ອຮັບມືກັບວິກິດໄວຣັສໂຄໂຣນາສາຍພັນໃໝ່ ເຊິງຖືເປັນຍອດເງິນສູງທີ່ສຸດເທົ່າທີ່ເຄີຍມີມາ. ສະຫະປະຊາຊາດບອກວ່າ ຜູ້ຄົນເຖິງ 265 ລ້ານຄົນອາດຈະຕ້ອງປະເຊີນກັບພາວະອຶດຫິວພາຍໃນທ້າຍປີນີ້ ຈາກຜົນກະທົບຂອງໂຄວິດ-19. ພວກເຂົາບອກວ່າຈະເອົາເງິນໄປຊ່ວຍເຫຼືອປະເທດທີ່ທຸກຍາກແລະບອບບາງ ແລະຖ້າບໍ່ສາມາດຊ່ວຍໄດ້ ຈະເຮັດໃຫ້ການພັດທະນາປະເທດໃນໄລຍະຫຼາຍທົດສະວັດທີ່ຜ່ານມາຕ້ອງພັງພິນາດໄປ. ໃນຂະນະທີ່ຢູ່ປະເທດເຢເມນ 1 ໃນ 4 ຂອງຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ເສຍຊີວິດ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ໄຊໂຍ! ຣັດເຊຍປ່ອຍຢາປົວໂຄວິດ-19 ອອກສູ່ຕະຫຼາດແລ້ວ

ຂຽນໂດຍ: ເຂີຍເມືອງຊຳ
17/07/2020
in :  ຂ່າວຕ່າງປະເທດ
0
219

“Koronavir” ເປັນໜຶ່ງໃນຢາປົວ ໂຄໂຣນາໄວຣັສ ຂອງໂລກທີ່ຜະລິດໂດຍ R-Pharm ຂອງຣັດເຊຍ ປັດຈຸບັນໄດ້ມີການປ່ອຍຢາ Koronavia ຈຳນວນ 7373 ຊຸດ ອອກສູ່ຕະຫຼາດໃນຣັດເຊຍແລ້ວ ໂດຍມີການສ້າງລະຫັດດິຈິຕອນເທິງສະຫຼາກຢາ ທີ່ຈະຢືນຢັນວ່າເປັນຢາຂອງແທ້ແລະສາມາດຕິດຕາມເສັ້ນທາງຂອງຢາແຕ່ລະຊຸດໄດ້ໂດຍໃຊ້ Application ທາງໂທລະສັບ Chestny Znak ກຸ່ມບໍລິສັດ R-Pharm ນັ້ນ ມຸ່ງເນັ້ນການວິໄຈ ພັດທະນາ ຜະລິດ ແລະຈຳໜ່າຍຢາ ອຸປະກອນສຳລັບໃຊ້ທາງການແພດແລະຫ້ອງປະຕິບັດການວິໄຈ ໂດຍສ້າງຕັ້ງຂຶ້ນເມື່ອປີ 2001 ມີຖານການຜະລິດໃນຣັດເຊຍ, ປະເທດໃນເຄືອ CIS , ສະຫະລັດອາເມລິກາ, ເຢຍລະມັນ, ຍີ່ປຸ່ນ ແລະປະເທດອື່ນໆ Source: https://tass.com/society/1179063

ອ່ານເພີ່ມ
ຂ່າວພາຍໃນ

ບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
11/07/2020
in :  ຂ່າວພາຍໃນ, ເສດຖະກິດ
0
234

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ. ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 …

ອ່ານເພີ່ມ
ຂ່າວພາຍໃນ

ເຕືອນອີກຮອບ! ກະຊວງ ອຄ ອອກແຈ້ງການ ຫ້າມຂຶ້ນລາຄາ ຫຼື ກັກຕຸນສິນຄ້າຖ້າລະເມີດຈະຖືກປັບໃໝ

ຂຽນໂດຍ: ກຸ້ງຄຳ ແສນມະນີ
23/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
238

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບເຫັນຂາຍສິນຄ້າແພງກວ່າຄວາມເປັນຈິງໃຫ້ປັບໃໝທັນທີ ສູງສຸດ 3ລ້ານກີບຕໍ່ລາຍການ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າກໍ່ປັບໃໝສູງເຖິງ 50 ລ້ານກີບ. ເນື່ອງຈາກວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພາຍໃນ ສປປ ລາວ ຍັງມີຄວາມສ່ຽງຂອງການລະບາດ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ການຕໍ່ເວລາ ແລະ ແນະນໍາເພີ່ມເຕີມ ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ່ 06/ນຍ, ລົງວັນທີ 29 ມີນາ 2020. ດ້ວຍເຫດນັ້ນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບ ເລກທີ 06/ນຍ, ລົງວັນທີ 29 ເມສາ 2020. ລັດຖະມົນຕີກະຊວງ ອຄ ອອກແຈ້ງການ: …

ອ່ານເພີ່ມ
ນານາສາລະ

ແພດແຜນໄທທົດລອງເບື້ອງຕົ້ນ ພົບ ຣາຊາບີ ມີລິດຕ້ານເຊື້ອໂຄວິດ-19 ໄດ້ ແຕ່ບໍ່ຄວນກິນເພື່ອກັນເຊື້ອ

ຂຽນໂດຍ: ກຸ້ງຄຳ ແສນມະນີ
21/04/2020
in :  ນານາສາລະ, ສຸຂະພາບ
0
244

ກົມການແພດແຜນໄທ ແລະ ການແພດທາງເລືອກ ເຜີຍຜົນທົດລອງໃຊ້ສະໝຸນໄພ “ຣາຊາບີ” (ຫຼື ສາມພັນປີ ຫຼື ຟ້າທະລາຍໂຈນ ໃນພາສາໄທ) ເປີດເຜີຍຜົນການທົດລອງ ໃຊ້ສະໝຸນໄພດັ່ງກ່າວໃນການຢຸດຢັ້ງເຊື້ອໄວຣັດໂຄໂຣນາ. ເບື້ອງຕົ້ນ ໃນຫຼອດທົດລອງພົບວ່າສາມາດຕ້ານບໍ່ໃຫ້ເຊື້ອໄວຣັດເພີ່ມຈຳນວນໄດ້. ແນວໃດກໍຕາມທາງການໄທກ່າວວ່າ ບບໍ່ຄວນກິນຣາຊາບີເພື່ອຫວັງຜົນໃນການປ້ອງກັນ ໂດຍທີ່ຍັງບໍ່ທັນມີອາການ. ສຳນັກຂ່າວ Voice Online ຂອງໄທລາຍງານວ່າ ກົມການແພດແຜນໄທ ແລະ ແພດທາງເລືອກຖະແຫຼງຂ່າວການທົດລອງໃຊ້ສະໝຸນໄພຣາຊາບີ ຫຼື ຟ້າທະລາຍໂຈນໃນພາສາໄທ ເພື່ອຕ້ານເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ວ່າ ສະໝຸນໄພດັ່ງກ່າວມີສັບພະຄຸນ 4 ຂໍ້ຄື: 1. ກະຕຸ້ນພູມຕ້ານທານ, 2. ຕ້ານການອັກເສບ, 3. ຕ້ານໄວຣັດ ແລະ 4. ລົດພິດໄຂ້. ກົມດັ່ງກ່າວລະບຸວ່າ ຕອນນີ້ພວກເຂົາໄດ້ສຶກສາວິໄຈຣາຊາບີໃນຫຼອດທົດລອງແລ້ວ ແລະ ໄດ້ມີການທົດລອງໃຊ້ຢາສານສະກັດຈາກຣາຊາບີ ຕໍ່ຄົນເຈັບໂຄວິດ-19 ທີ່ມີລະດັບຄວາມຮຸນແຮງໜ້ອຍ ໂດຍແບ່ງເປັນ 2 ກຸ່ມ ກຸ່ມລະ 6 ຄົນ. ກຸ່ມທຳອິດໄດ້ຮັບຢາ 180 ມິນລີກຣາມຕໍ່ມື້ ດົນ 5 ມື້ ເຊິ່ງຄິດເປັນ …

ອ່ານເພີ່ມ
ຂ່າວພາຍໃນ

ສະພາການຄ້າສະເໜີ 8 ຂໍ້ຕໍ່ລັດຖະບານແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
20/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
2,120

ໃນວັນທີ 17 ເມສາ 2020 ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ນໍາສະເໜີລັດຖະບານ ໂດຍສະເພາະຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບການລະບາດຂອງພະຍາດໂຄວິດ-19, ໃຫ້ພິຈາລະນາອັນຮີບດ່ວນຕໍ່ຜົນກະທົບຂອງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ເນື່ອງຈາກມີການຕໍ່ເວລາການຈັດຕັ້ງປະຕິບັດຄໍາສັ່ງ 06 ຂອງນາຍົກລັດຖະມົນຕີໄປຈົນເຖິງວັນທີ 3 ພຶດສະພາ 2020 ຊຶ່ງມີເນື້ອໃນໂດຍຫຍໍ້ວ່າ: ຂໍໃຫ້ລັດຖະບານພິຈາລະນາທຸກຄໍາຮ້ອງຂອງບັນດາຫົວຫນ່ວຍວິສາຫະກິດ, ໂດຍສະເພາະໂຮງຈັກໂຮງງານປິ່ນອ້ອມຂະແຫນງການຜະລິດ, ລວມເຖິງໂຄງການ ທີ່ຢູ່ໃນເຂດ ຫລື ນອກເຂດເສດຖະກິດພິເສດ ແລະ ສະເພາະ ທີ່ມີເງື່ອນໄຂ ແລະ ມາດຕະຖານໃນການປ້ອງກັນພະຍາດໂຄວິດນີ້ ຕາມຄໍາແນະນໍາຂອງພາກສ່ວນກ່ຽວຂ້ອງໃຫ້ສາມາດດຳເນີນການຜະລິດ ແລະ ການບໍລິການຂອງຕົນໄດ້ໂດຍໄວ ເພື່ອເປັນການສົ່ງເສີມການຜະລິດພາຍໃນ, ການສ້າງວຽກເຮັດງານທຳ, ຫລຸດຜ່ອນຄວາມເສຍຫາຍຕໍ່ເສດຖະກິດໃຫ້ໄດ້ຫລາຍທີ່ສຸດ. ໃຫ້ລັດຖະບານພິຈາລະນາແກ້ໄຂສະພາບການກີດຂວາງ ແລະ ບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າ ໃນການຜ່ານດ່ານຂອງເມືອງ ແລະ ແຂວງເປັນການຮີບດ່ວນ. ໃຫ້ລັດຖະບານໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງ ແກ້ໄຂແຈ້ງການເລກທີ 266/ຍທຂ,ກສຂ ທີ່ຫ້າມຄົນຈີນຂັບລົດເຂົ້າມາເກັບສິນຄ້າກະສິກຳຢູ່ໃນໄລຍະເກັບກ່ຽວຜົນລະປູກເພື່ອສົ່ງອອກ ສປ ຈີນ ເຊັ່ນ: ຫມາກຖົ່ວ, ຫມາກໂມ, ກ້ວຍ-ອ້ອຍ …

ອ່ານເພີ່ມ
ຂ່າວພາຍໃນ

ຄະນະສະເພາະກິດເຜີຍ ມີ 4 ພັນກວ່າສາຍໂທເຂົ້າ 165 & 166 ໃນນັ້ນຫຼາຍກວ່າ 84% ແມ່ນໂທມາລົບກວນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
20/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19
0
107

ພາຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ຈັດຕັ້ງສາຍດ່ວນ 166 ຂຶ້ນມາ ເພື່ອໃຫ້ປະຊາຊົນໂທເຂົ້າໄປສອບຖາມກ່ຽວກັບພະຍາດດັ່ງກ່າວ. ພາຍຫຼັງໄດ້ມີການເພີ່ມເຂົ້າມາອີກ 1 ເບີ ຄື 165 ແລະ ພ້ອມດຽວກັນກໍຍັງໄດ້ຈັດຕັ້ງສາຍດ່ວນແຕ່ລະແຂວງນຳອີກ ເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງພາກລັດໃນການຊ່ວຍເຫຼືອໃຫ້ຂໍ້ມູນກ່ຽວກັບພະຍາດດັ່ງກ່າວແກ່ປະຊາຊົນ. ໃນການຖະແຫຼງຂ່າວເມື່ອວັນທີ 18 ເມສາ 2020 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19, ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໃນນາມຂອງຄະນະສະເພາະກິດດັ່ງກ່າວ ໄດ້ລາຍງານວ່າ ມາຮອດວັນທີ 17 ເມສາ 2020 ມີຜູ້ໂທເຂົ້າສາຍດ່ວນ 166 ແລະ 165 ເຊິ່ງມີທັງໝົດ 31 ປ່ອງ ຈຳນວນ 4,085 ສາຍ. ໃນນັ້ນ ມີພຽງ 632 ສາຍເທົ່ານັ້ນ ທີ່ສອບຖາມກ່ຽວກັບພະຍາດໂຄວິດ-19 ເຊິ່ງກວມເອົາພຽງ 15.4%. ສ່ວນທີ່ເຫຼືອຫຼາຍກວ່າ 3 ພັນສາຍ ຫຼື ກວ່າ 84% ແມ່ນໂທເຂົ້າມາລົບກວນເຊັ່ນ: ໂທມາເວົ້າຢອກເລື່ອງອື່ນໆ, ໂທມາແລ້ວບໍ່ເວ້າ ເປັນຕົ້ນ. ທັງນີ້ ທ່ານ …

ອ່ານເພີ່ມ
ຂ່າວພາຍໃນ

ລາຄາຜ້າອັດປາກ ສ້າງຄວາມລຳບາກແກ່ປະຊາຊົນ

ຂຽນໂດຍ: ເຂີຍເມືອງຊຳ
23/03/2020
in :  ຂ່າວພາຍໃນ
0
882

ເປັນຫຍັງລັດຖະບານບໍ່ສາມາດແກ້ໄຂບັນຫາລາຄາຜ້າອັດປາກແພງໄດ້ຈັກເທື່ອ? ຄົງເປັນອີກໜຶ່ງຄຳຖາມທີ່ປະຊາຊົນຢາກຖາມໄປຍັງກະຊວງ ອຸດສະຫະກຳແລະການຄ້າ. ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເຄີຍໄດ້ໃຫ້ສຳພາດເມື່ອທ້າຍອາທິດທີ່ຜ່ານມາວ່າ ລາວຈະນຳເຂົ້າຜ້າອັດປາກອະນາໄມຈາກປະເທດເພື່ອນບ້ານ ເຊັ່ນ ຫວຽດນາມ, ຈີນ ແລະໄທ ເຂົ້າມາຈຳນວນ 2,000,000 ໃບ ໃນໄວໆນີ້ ເພື່ອແຈກຈ່າຍໄປຍັງບັນດາໂຮງໝໍເພື່ອໄວ້ໃຫ້ຄົນເຈັບໃນໂຮງໝໍກ່ອນ ຈຳນວນ 1,500,000 ໃບ. ສ່ວນອີກ 500,000 ໃບ ແມ່ນຈະແຈກຈ່າຍໃຫ້ສາທາລະນະຊົນ. ໃນຂະນະທີ່ລາວໄດ້ເຮັດຂໍ້ຕົກລົງກັບຫວຽດນາມເພື່ອນຳເຂົ້າຜ້າອັດປາກອະນາໄມ ເຖິງແມ່ນວ່າຫວຽດນາມຈະລະງັບການສົ່ງອອກຜ້າອັດປາກຊົ່ວຄາວແລ້ວກໍຕາມ. ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຄວາມຕ້ອງການຜ້າອັດປາກໃນລາວເພິ່ມຂຶ້ນປະມານ 10 ເທົ່າ, ເຮັດໃຫ້ຜ້າອັດປາກຂາດຕະຫຼາດ. ໃນຂະນະດຽວກັນ ພັດມີຜ້າອັດປາກຫຼາຍຊະນິດຖືກນຳເຂົ້າມາຂາຍໃນລາວໃນລາຄາແພງເຖິງ 200,000 ກີບ/ກັບກໍມີ. ກະຊວງອຸດສາຫະກຳແລະການຄ້າໄດ້ພະຍາຍາມແກ້ໄຂບັນຫາຜ້າອັດປາກແພງດ້ວຍການອອກແຈ້ງການ ຫ້າມສວຍໂອກາດກັກຕຸນແລະຂາຍຜ້າອັດປາກອະນາໄມໃນລາຄາສູງກວ່າ 25,000 ກີບ/ກັບ. ແຕ່ເບິ່ງຄືວ່າແຈ້ງການດັ່ງກ່າວນັ້ນບໍ່ມີຜົນສັກສິດແຕ່ປະການໃດ ຄົງຍັງມີການຈຳໜ່າຍໃນລາຄາແພງເກີນກຳນົດຢູ່ຕໍ່ໄປແລະບໍ່ໄດ້ຍິນຂ່າວການປັບໃໝໃສ່ໂທດຊາວຄ້າຂາຍທີ່ຂາຍເກີນລາຄາແຕ່ຢ່າງໃດ. ການໃສ່ຜ້າອັດປາກແມ່ນວິທີໜຶ່ງທີ່ສຳຄັນທີ່ສຸດ ທີ່ລັດຖະບານແນະນຳໃຫ້ປະຊາຊົນປະຕິບັດ ເພື່ອປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອພະຍາດ ໂຄວິດ-19 ແຕ່ວ່າລາຄາຂອງຜ້າອັດປາກທີ່ແພງໄດ້ສ້າງຄວາມລຳບາກໃຈແກ່ປະຊາຊົນ ແລະຍັງມີປະຊາຊົນຈຳນວນຫຼວງຫຼາຍບໍ່ມີຜ້າອັດປາກໄວ້ໃຊ້ໃນເວລາຈຳເປັນ. ປະຊາຊົນໄດ້ແຕ່ຄອງຄອຍວ່າ ເມື່ອໃດກະຊວງອຸດສາຫະກຳແລະການຄ້າ ຈະສາມາດແກ້ໄຂບັນຫາລາຄາຜ້າອັດປາກແພງ… ແຕ່ການຄອງຄອຍນັ້ນກໍເປັນເວລາເກືອບ 3 ເດືອນແລ້ວ ກໍຍັງບໍ່ເຫັນວີ່ແວວວ່າລາຄາຜ້າອັດປາກຈະຖືກລົງຄືດັ່ງທີ່ ກະຊວງອຸດສາຫະກຳແລະການຄ້າໄດ້ແຈ້ງການເອົາໄວ້ວ່າ 25,000 ກີບ/ກັບ (50 ໃບ).

ອ່ານເພີ່ມ
ນານາສາລະ

ແຮງງານລາວຈະນຳເຊື້ອໂຄວິດເຂົ້າປະເທດບໍ?

ຂຽນໂດຍ: ເຂີຍເມືອງຊຳ
22/03/2020
in :  ນານາສາລະ
0
16,846

#ແຮງງານລາວຈະນຳເຊື້ອເຂົ້າມາປະເທດບໍ? ເປັນຄຳຖາມທີ່ກຳລັງກ້ອງກັງວານໃນໃຈຂອງຄົນລາວຫຼາຍໆ ຄົນ. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາທັດສະນະສ່ວນຕົວຂອງຜູ້ຂຽນມາເວົ້າສູ່ຟັງດັ່ງນີ້: ຕາມການຕິດຕາມຂ່າວຂອງຜູ້ຂຽນແລ້ວ ກຸ່ມແຮງງານລາວແມ່ນກຸ່ມສ່ຽງແທ້ ເພາະກັບມາຈາກປະເທດທີ່ພະຍາດກຳລັງລະບາດຂ້ອນຂ້າງຫຼາຍ. ແຕ່ເຂົ້າເຈົ້າຍັງບໍ່ແມ່ນກຸ່ມສ່ຽງສູງເທື່ອ ຍ້ອນວ່າ ຜູ້ທີ່ຖືກບົ່ງມະຕິວ່າຕິດໂຄວິດ-19 ໃນໄທ ສ່ວນຫຼາຍຈະເປັນກຸ່ມຄົນອີກກຸ່ມໜຶ່ງທີ່ບໍ່ໄດ້ໃກ້ຊິດກັບແຮງງານລາວພໍປານໃດ ເຊັ່ນ: ດາລານັກສະແດງ, ກຸ່ມຄົນເຊຍມວຍ, ດີເຈແລະຜູ້ທ່ຽວຜັບ, ກຸ່ມທີ່ໄປເຮັດພິທີທາງສາດສະໜາຢູ່ມາເລເຊຍ ແລະກຸ່ມຄົນທີ່ເດິນທາງກັບມາຈາກປະເທດທີ່ມີການລະບາດຮ້າຍແຮງ ແຕ່ທຸກຄົນທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອລ້ວນແຕ່ຖືກຕິດຕາມໂຕມາກວດແລະຕິດຕາມອາການຢູ່ແລ້ວ. ໃນຂະນະທີ່ຍັງບໍ່ມີລາຍງານວ່າມີແມ່ບ້ານ, ເຈົ້າຂອງໂຮງງານ, ເຈົ້າຂອງຮ້ານອາຫານ, ພະນັກງານບໍລິການ, ນາຍຊ່າງ – ກຳມະກອນ, ໝໍນວດ, ຊາວສວນ… ເຊິ່ງເປັນກຸ່ມທີ່ຕິດພັນກັບແຮງງານລາວຕິດເຊື້ອໂຄວິດເທື່ອ ຈຶ່ງເປັນເລື່ອງໜຶ່ງທີ່ພໍຈະອຸ່ນໃຈໄດ້. ແນວໃດກໍຕາມ, ຖ້າຫາກຜູ້ໃດຮູ້ສຶກວ່າໂຕເອງມີຄວາມສ່ຽງທີ່ຈະຕິດເຊື້ອໂຄວິດ-19 ເຊັ່ນ ໄດ້ສຳຜັດ, ໃກ້ຊິດ, ພົວພັນ ຫຼືເຂົ້າຮ່ວມກິດຈະກຳໃດໜຶ່ງກັບຜູ້ທີ່ກວດພົບວ່າຕິດເຊື້ອ ກໍຕ້ອງແຍກປ່ຽວໂຕເອງໄວ້ກ່ອນຈັກ 2 ອາທິດ, ລາຍງານເຈົ້າໜ້າທີ່ສາທາລະນະສຸກ ເພື່ອໃຫ້ເພິ່ນໄດ້ຕິດຕາມອາການ. ມີອາການສົງໄສ ແລະເປັນກັງວົນກ່ຽວກັບ ໂຄວິດ-19 ໃຫ້ໂທຫາສາຍດ່ວນ 166 ຫຼື 0205406 6777 ໂທໄດ້ທົ່ວປະເທດ. ດ້ວຍຮັກແລະຫ່ວງໃຍ ຂໍໃຫ້ທຸກຄົນປອດໄພຈາກໂຄວິດ-19

ອ່ານເພີ່ມ
12ໜ້າ 1 ໃນ 2

Stay Connected

  • 1496Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
5 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
15 ຊົ່ວໂມງ ກ່ອນ

ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

ຈະຕຸວັນ ດາວິນ
19 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 5 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 15 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 19 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

  • 2 ມື້ ກ່ອນ

    ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ​ມູນຄ່າ​ 1,92​ ລ້ານໂດລາ

ຄຳຄົ້ນຫາຍອດນິຍົມ ບັນເທີງ ຂ່າວປະຈໍາວັນ ຈີນ ການຊ່ວຍເຫຼືອ ຂ່າວພາຍໃນ ອຸບັດເຫດ ຂ່າວລາວ ແຈ້ງການ ເສດຖະກິດ ອຸຕຸເຕືອນ ຂ່າວ ຂ່າວບັນເທີງ ທາງດ່ວນ ນໍ້າຖ້ວມ ຂ່າວຕ່າງປະເທດ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ