ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 15 ຊົ່ວໂມງ ກ່ອນ ແມ່ຍິງລາວ​ ຜູ້ຢູ່ແນວໜ້າຖັນແຖວການເມືອງ ແລະການພັດທະນາຍຸກໃໝ່
  • 2 ມື້ ກ່ອນ ຍີ່ປຸ່ນ​ສະໜັບສະໜູນ​ 3​ແສນກວ່າໂດາໂລເຂົ້າໃນ ວຽກງານສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ
  • 3 ມື້ ກ່ອນ ລັດຖະບານກູ້ຢືມຕື່ມ 10 ລ້ານ ໂດລາສະຫະລັດໃສ່ໂຄງການໂຄວິດ-19
ໜ້າຫຼັກ ຄັງຄຳຄົ້ນຫາ ໄທ

ຄັງຄຳຄົ້ນຫາ ໄທ

ຂ່າວຕ່າງປະເທດ

ໄທມີເຮ! ທາງການໄຟຂຽວໃຫ້ຫຼິ້ນສົງການໄດ້ ສ່ວນລາວເຮົາຍັງງຽບ

ຂຽນໂດຍ: ຈະຕຸວັນ ດາວິນ
5 ມື້ ກ່ອນ
in :  ຂ່າວຕ່າງປະເທດ
0
67

ອີງຕາມຂ່າວໄທຣັດໃນວັນທີ 4​ ມີນາ​ 2021​ ນີ້ວ່າ: ຜູ້ວ່າທ່ອງທ່ຽວແຫ່ງປະເທດໄທ ໄດ້ເປີດເຜີຍຕໍ່ສາທາລະນະຊົນ ເລື່ຶງການສົ່ງເສີມການທ່ອງທ່ຽວ ຫຼັງສະຖານະການການແພ່ລະບາດໂຄວິດ-19. ໃນ​ປີນີ້​ ແມ່ນຈະອະນຸຍາດໃຫ້ຫຼິ້ນສົງການ ໂດຍຢຸດ 6​ວັນ​ ຕັ້ງແຕ່ວັນທີ 10-15​ ເມສາ​ ພ້ອມຢືນຢັນວ່າ “ສົງການແີນີ່ຈັດແນ່ນອນ”​ເພື່ອສົ່ງເສີມໃຫ້ມີການທ່ຽວ ໂດຍຕັ້ງເປົ້າໃຫ້ມີການທ່ຽວພາຍໃນປະເທດ​ 160​​ ລ້ານເທື່ອຄົນ​ສ່ວນນັກທ່ອງທ່ຽວຕ່າງປະເທດນັ້ນຍັງພິຈາລະນາຕື່ມ. ກັບມາເບິ່ງລາວເຮົາ ປີນີ້ຝ່າຍທ່ອງທ່ຽວຍັງບໍ່ທັນອອກມາວ່າແນວໃດເທື່ອ ອັນນີ້ກໍຕ້ອງລໍຕິດຕາມຕອນຕໍ່ໄປ ວ່າການຫຼິ້ນສົງການປີໃໝ່ລາວປີນີ້ຈະແບບຄຶກຄື້ນ ຫຼື​ ແບບງຽບເຫງົາຄືປີຜ່ານມາ. ທີ່ມາ: ໄທຣັດ

ອ່ານເພີ່ມ
ຂ່າວພາຍໃນ

ລັດຖະບານໄທ ມອບຊຸດກວດວິເຄາະເຊື້ອພະຍາດໂຄວິດ-19​ມູນຄ່າ​ 146​ ລ້ານກວ່າກີບ

ຂຽນໂດຍ: ຈະຕຸວັນ ດາວິນ
2 ອາທິດ ກ່ອນ
in :  ຂ່າວພາຍໃນ
0
97

ວັນທີ 26 ກຸມພາ 2021 ນີ້ ທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈໍາລາວ ຕາ ໜ້າລັດຖະບານໄທມອບເຄື່ອງຊ່ວຍເຫຼືອດ້ານວິເຄາະນໍ້າຢາ ແລະ ຊຸດກວດວິເຄາະຫາເຊື້ອ COVID-19 ດ້ວຍການນໍາໃຊ້ເຕັກນິກ Real-Time PCR ຮັບໂດຍ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ. ເຄື່ອງຊ່ວຍເຫຼືອຄັ້ງນີ້, ແມ່ນແຜນງານການຊ່ວຍເຫຼືອຂອງລັດຖະບານໄທ ໃຫ້ແກ່ບັນດາປະເທດອາຊຽນປະເທດລະ 10.000 ຊຸດ. ຊຶ່ງປະກອບມີນໍ້າຢາ ແລະ ຊຸດກວດຫາເຊື້ອພະຍາດໂຄວິດ-19 ທີ່ຜະລິດຢູ່ປະເທດໄທ ແລະ ໄດ້ຮັບການກວດສອບແລ້ວວ່າໄດ້ຕາມມາດຕະຖານສາກົນ ລວມມູນຄ່າ ທັງໝົດ 15.625 ໂດລາ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ໄທມີເຮ! ໄດ້ຮັບວັກຊີນຈາກ ສປຈີນ​ ງວດທຳອິດ​ 2​ ແສນໂດສ

ຂຽນໂດຍ: ຈະຕຸວັນ ດາວິນ
2 ອາທິດ ກ່ອນ
in :  ຂ່າວຕ່າງປະເທດ, ເກາະຕິດ COVID-19
0
53

ອີງຕາມຂ່າວໄທຣັດອອນລາຍໃຫ້ຮູ້ວ່າ: ວັນທີ​ 24​ ກຸມພາ​ 2021​ ລັດຖະບານໄທ ໄດ້ຮັບວັກຊີນປ້ອງກັນໂຄວິດ-19​ Sinovac (vero Cell).​ຈາກ​ສປ​ຈີນ​ ງວດທຳອິດ ຈຳນວນ​ 2​ ແສນໂດສ, ນໍ້າໜັກ​ 2,6 ໂຕນ​ ຮອດໄທເວລາ 10​ໂມງເຊົ້າ​ນີ້.​ແລະຈະໄດ້ອີກ 8​ແສນໂດສໃນຕົ້ນເດືອນມີນາວັກຊີນຊະນິດນີ້ແມ່ນເກັບໄວ້ໃນອຸນຫະພູມ​ ແຕ່​-20 ຫາ+20​ ອົງສາ. ວັກຊີນດັ່ງກ່າວນີ່ຈະຖືກນຳສົ່ງໄປໂຮງໝໍຕ່າງໆໃນ​ 18​ ຈັງຫວັດ​​ແລະບຸກຄົນທີ່ຢູ່ໃນກຸ່ມສ່ຽງ ແລະໄທຍັງມີເປົ້າໝາຍສັກໃຫ້ໄດ້ 61 ລ້ານໂດສ ພາຍໃນເດືອນມິຖຸນາ-ທັນວາ​2021​ອີກດ້ວຍ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ອຸທາຫອນ.!!!ສາວລາວຫຼິ້ນແອັບຫາຄູ່ ນັດພົບກັນຄັ້ງທຳອິດຖືກໜຸ່ມໄທຊີງຊັບແລ້ວເຜັ່ນໜີ

ຂຽນໂດຍ: ຈະຕຸວັນ ດາວິນ
3 ອາທິດ ກ່ອນ
in :  ຂ່າວຕ່າງປະເທດ
0
767

ເມື່ອວັນທີ່ 17 ກຸມພາ 21 ເວລາ 21:30 ນາທີ ທີ່ຜ່ານມາເຈົ້າໜ້າທີ່ຕຳຫຼວດ ສະຖານີຕຳຫຼວດພູທອນເມືອງຊົນບຸຣີ ໄດ້ຮັບແຈ້ງວ່າມີເຫດຍິງສາວຖືກຫຼອກພາມາຖິ້ມແລ້ວຖືກລັກສ້ອຍຄໍ ຄຳ ພາຍໃນປ້ຳນ້ຳມັນ ໝູ່ 3 ຕຳບົນໜອງຣີ ອຳເພີເມືອງ ຈັງຫວັດຊົນບຸຣີ (ປະເທດໄທ) ຈຶ່ງຟ້າວໄປກວດສອບພົບ ນາງຈອຍ ອາຍຸ 25 ປີ ຍິງສາວຊາວລາວ ຢືນຢູ່ໜ້າຫ້ອງນ້ຳ ແລະ ພາໄປຊີ້ຈຸດທີ່ລົດກະບະພາມາຖິ້ມໄວ້ບໍລິເວນໜ້າຫ້ອງນ້ຳປ້ຳນ້ຳມັນແຫ່ງໜຶ່ງ. ເປັນສາວຊາວລາວ ອາຍຸ 25 ປີ ໃຫ້ຮູ້ວ່າ: ຕົນເອງໄດ້ຫຼິ້ນແອັບຫາຄູ່ເຈີໜຸ່ມມ ອາຍຸ 31 ປີ ໂປຣຟາຍດີຂັບກະບະລົມກັນ 3 ວັນ ນັດເດດຄັ້ງທຳອິດ​ ສຸດທ້າຍຖືກຝ່າຍຜູ້ຊາຍອອກອຸບາຍໃຫ້ຖອນສ້ອຍຄໍຄຳ 2 ສະຫຼຶງຈະໄປເພີ່ມນ້ຳໜັກໃຫ້ສຸດທ້າຍພາມາທີ່ປ້ຳນ້ຳມັນ ແລ້ວເຜັ່ນໜີ.​ ດ້ານເຈົ້າຫນ້າທີ່ຕຳຫຼວດຈະໄດ້ຂໍເບິ່ງກ້ອງວົງຈອນປິດພາຍໃນປັ້ນນ້ຳມັນຢ່າງລະອຽດອີກຄັ້ງເພື່ອຈະໄດ້ຕິດຕາມລົດກະບະ ແລະ ຜູ້ຊາຍຄົນດັ່ງກ່າວມາດຳເນີນຄະດີຕາມກົດໝາຍຕໍ່ໄປ. Cr: ไล่ตามกระแสข่าว ลาว-ไทย

ອ່ານເພີ່ມ
ຂ່າວຕ່າງປະເທດ

ກອງປາບໄທ ຄາດວ່າ​ແມ່ເສ່ຍໂປ້ໜີຫຼົບມາລີ້ຢູ່ລາວ

ຂຽນໂດຍ: ຈະຕຸວັນ ດາວິນ
3 ອາທິດ ກ່ອນ
in :  ຂ່າວຕ່າງປະເທດ
0
3,302

ອີງຕາມ​ຂ່າວ​ ຄົມ​ຊັດ​ ລຶກ​ ຂອງໄທໃຫ້ຮູ້ວ່າ: ວັນທີ 16 ກຸມພາປີ 2021, ທ່ານ​ ພົນໂທສຸວອນ​ ແສງນຸ່ມ, ຜູ້ບັງຄັບການຄອງປາບ ໄດ້ກ່າວເຖິງກໍລະນີຂອງນາງສາວ ບານເຢັນ ຊານນະຣາ ແມ່ຂອງເສ່ຍໂປ້ ທີ່ຖືກກ່າວຫາວ່າມີ ຄຳສັ່ງຈັບຕົວໃນກໍລະນີຂອງເຄືອຂ່າຍການພະນັນ ອອນລາຍ ທີ່ຖືກກ່າວຫາໃນຄະດີດຽວກັນທີ່ຖືກຈັບໃນເມື່ອກ່ອນ.​ ໃນຂະນະດຽວກັນ, ທ່ານ​ພົນຕຳຫຼວດເອກ ທົງໄຊ ຢູ່ເກດ ຜກ.1ບກ.​ປ.​ ໄດ້ກ່າວເຖິງຄວາມຄືບໜ້າຂອງການຕິດຕາມການຈັບກຸມຜູ້ຖືກກ່າວຫາຂອງເຄືອຂ່າຍທີ່ຍັງເຫຼືອໃນອາທິດທີ່ຜ່ານມາ ເຈົ້າ​ຫນ້າ​ທີ່​ຕໍາ​ຫຼວດ ສາມາດຕິດຕາມຈັບຕົວຜູ້ຕ້ອງສົງໄສຕື່ມອີກ 3 ຄົນ, ໃນນັ້ນຜູ້ຕ້ອງສົງໄສຖືກຈັບ 19 ຄົນ, ຍັງເຫລືອ 12 ຄົນໃນຂະບວນການໜີ, ລວມທັງແມ່​ເສ່ຍໂປ້.​ ລາຍງານຂ່າວເວົ້າວ່າ ຈາກການສືບສວນ, ພົບວ່ານາງ ແມ່ເສ່ຍໂປ້ ພ້ອມດ້ວຍກຸ່ມປະມານ 2-3 ຄົນ ໄດ້ໜີຂ້າມຊາຍຝັ່ງໄປລີ້ຢູ່ປະເທດເພື່ອນບ້ານ​ໝາຍເຖິງປະເທດລາວ . ດັ່ງນັ້ນ,​ ໜ່ວຍງານສະກັດກັ້ນອາຊະຍາກຳເຕັກໂນໂລຊີຂໍ້ມູນຂ່າວສານຕຳຫຼວດຈຶ່ງໄດ້ຈັດກອງກຳລັງຂອງທ່ານລົງຕິດຕາມກວດກາເຂດຊາຍແດນຂອງບັນດາປະເທດເພື່ອນບ້ານເພື່ອຮີບຮ້ອນຊອກຫາ​ ແລະຕິດຕາມການເຄື່ອນໄຫວຂອງແມ່ເສ່ຍໂປ້. ທີ່ມາ: ຄົມຊັດລຶກ

ອ່ານເພີ່ມ
ຂ່າວຕ່າງປະເທດ

ແຮງງານລາວມີເຮ! ໄທເປີດໄຟໃຫ້ແຮງງານລາວເຮັດວຽກໃນໄທຕໍ່ໄດ້

ຂຽນໂດຍ: ຈະຕຸວັນ ດາວິນ
3 ອາທິດ ກ່ອນ
in :  ຂ່າວຕ່າງປະເທດ
0
213

ວັນທີ​ 16​ ກຸມພາ​2021​ ນີ້: ເວັບໄຊ້​ ຣາຊະກິດຈານຸເບກຂາ ຂອງໄທໄດ້ເຜີຍແຜ່​ ປະກາດກະຊວງແຮງງານ ເລື່ອງການອະນຸຍາດໃຫ້ແຮງງານຕ່າງດ້າວສາມາດເຂົ້າໄປ​ ແລະສືບຕໍ່ເຮັດວຽກຢູ່ໃນຣາຊະອານາຈັກໄທ​ ໂດຍປະກອບມີ​ສາມ​ຊາດຄື: ລາວ,​ ກຳປູເຈຍ​ແລະມຽນມາ ໃນທ່າມກາງສະຖານະການໂຄວິດ-19​ຕາມມະຕິຂອງຄະນະລັດຖະມົນຕຕີວັນທີ 26​ ມັງກອນ​ 2021 ແຕ່ທຸກຄົນທີ່ຈະເຂົ້າໄປເຮັດວຽກຕ້ອງຜ່ານການກວດໂຄວິດ-19​ ​ແລະພະຍາດຕ້ອງຫ້າມຕາມກົດຂອງກະຊວງ​.​ ອ່ານສະບັບພາສາໄທ: ລິ້ງ

ອ່ານເພີ່ມ
ຂ່າວຕ່າງປະເທດ

ເສ່ຍໂປ້​ເກມ!​ ຖືກຈັບຄາຫ້ອງພັກ

ຂຽນໂດຍ: ຈະຕຸວັນ ດາວິນ
04/02/2021
in :  ຂ່າວຕ່າງປະເທດ
0
800

ເສ່ຍໂປ້ຖືກຈັບ ໃນຂໍ້ຫາຮ່ວມກັນໃຫ້ມີການຈັດຫຼິ້ນການພະນັນ ອອນລາຍ​ ວັນທີ​ 4​ ກຸມພາ​2021​ ສຳນັກຂ່າວໄທຣັດ​ຂອງໄທ​ໂພສວ່າ: ເຈົ້າໜ້າທີ່ກອງປາບປາມຊຸດພິເສດ​ ເຂົ້າກວດຄົ້ນຫ້ອງພັກຂອງເສ່ຍໂປ້ ອານົນ ຕາມໝາຍຈັບໃນຂໍ້ຫາຮ່ວມກັນໃຫ້ມີການຈັດຫຼິ້ນການພະນັນ ອອນລາຍ​ ແລະ​ສົມຮູ້ຮ່ວມຄິດໃຫ້ມີການພະນັນອອນລາຍ. ການຈັບກຸມຄັ້ງນີ້ມີຄົນງານຊາວມຽນມາ​25​ຄົນ,​ ລູກນ້ອງເສ່ຍໂປ້ 1ຄົນ, ປືນ​ ​1​ ກະບອກ​ ພ້ອມລູກ​11​ລູກ.​

ອ່ານເພີ່ມ
ຂ່າວຕ່າງປະເທດ

ສະຖານະການໂຄວິດ-19​ໃນໄທຍັງໜ້າເປັນຫ່ວງ

ຂຽນໂດຍ: ຈະຕຸວັນ ດາວິນ
01/02/2021
in :  ຂ່າວຕ່າງປະເທດ, ເກາະຕິດ COVID-19
0
64

ອີງຕາມ​ເພຈ​ສູນຂໍ້ມູນຂ່າວສານ ໂຄວິດ-19​ ໃນໄທໃຫ້ຮູ້ວ່າ: ນັບແຕ່ມີການລະບາດຮອບໃໝ່ມີຜູ້ຕິດເຊື້ອສະສົມ​ 15.381 ຄົນ,​ ເສຍຊີວິດ​ 17​ ຄົນ. ໃນແຕ່ລະວັນມີຜູ້ຕິດເຊື້ອເພີ່ມຂຶ້ນສູງ ຕົວຢ່າງທ້າຍເດືອນມັງກອນຜ່ານມານີ້ ມີຜູ້ຕິດເຊື້ອໃໝ່ຢ່າງໜ້ອຍ 800​ ກວ່າຄົນ. ຫຼ້າສຸດ​ວັນທີ​ 1​ ກຸມພາ​ ມີຜູ້ຕິດເຊື້ອໃໝ່ 836 ຄົນ. ຕາມການປະເມີນຂອງວິຊາການໃຫ້ຮູ້ວ່າ 75% ແມ່ນແຮງງານຕ່າງດ້າວ. ສະຖານະການແບບນີ້ເປັນສະພາບທີ່ຍັງໜ້າເປັນຫ່ວງ ໂດຍສະເພາະການເດີນທາງເຂົ້າອອກປະເທດຂອງແຮງງານ ຕ້ອງປະຕິບັດມາດຕະການເຄັ່ງຄັດ​ ແລະຫ້າມເດັດຂາດການລັກລອບເຂົ້າປະເທດ ເຊິ່ງບົດຮຽນຂອງໄທກໍຊີ້ໃຫ້ເຫັນແລ້ວວ່າ​ການລະບາດຮອບໃໝ່ນີ້ເກີດຈາກການເຄື່ອນຍ້າຍແຮງງານຜິດກົດໝາຍ ແລະການບໍ່ປະຕິບັດມາດຕະການປ້ອງກັນນັ້ນເອງ.​

ອ່ານເພີ່ມ
ຂ່າວຕ່າງປະເທດ

ຍິງຢົງ​ ຍອດບົວງາມ​ ​ຖືກໝາຍຮຽກຂໍ້ຫາໂຄສະນາອາຫານເສີມເກີນຈິງ

ຂຽນໂດຍ: ຈະຕຸວັນ ດາວິນ
31/01/2021
in :  ຂ່າວຕ່າງປະເທດ
0
211

ວັນທີ​ 31​ ມັງກອນ​ 2021​ ນີ້​ ສຳນັກຂ່າວຊ່ອງ7ຂອງໄທນຳສະເໜີຂ່າວວ່າ: ຕຳຫຼວດ​ ປຄບ ອອກໝາຍຮຽກ ຍິງຢົງ ຍອດບົວງາມ ນັກຮ້ອງເພງບ້ານ​ນາ​ຊື່ດັງ​ຮັບຮູ້ຂໍ້ກ່າວຫາຕາມພຣະຣາຊະບັນຍັດ ອາຫານ​ ຫ້າມບໍ່ໃຫ່ຜູ້ໃດໂຄສະນາຄຸນປະໂຫຍດຄຸນນະພາບ ຫຼື​ ສັບພະຄຸນຂອງອາຫານອັນບໍ່ແມ່ນຄວາມຈິງ (ເກີນຈິງ). ເນື່ອງຈາກຜະລິດຕະພັນຖັງເຊົ່າ ປະສົມ​ ວິຕາມິນບີ (ເສີມອາຫານ)​ ແລະ​ຜະລິດຕະພັນເສີມອາຫານ ສານສະກັດຖັງເຊົ່າ ປະສົມ​ຢູຊີ-ທູ ເຄື່ອງໝາຍການຄ້າ ລີບເນັສ ທີ່ໂຄສະນາດ້ວຍການກະຈາຍສຽງ,​ ອອກສື່ໂທລະພາບ ມີລັກສະນະອວດອ້າງສັບພະຄຸນປິ່ນປົວພະຍາດຕ່າງໆເກີນຈິງ​ ອາດສ້າງຄວາມເຂົ້າໃຈຜິດຕໍ່ຜູ້ບໍລິໂພກ​ ຈຶ່ງເຂົ້າຂ່າຍຜິດພຣະຣາຊະບັນຍັດ ມີໂທດຕິດຄຸກບໍ່ເກີນ 3​ປີ,​ ປັບໃໝ​ ບໍ່ເກີນ​ 3​ ໝື່ນບາດ. ທ່ານ​ພົນຕີ ເນຕິ ວົງກຸຫຼາບ ໃຫ້ຮູ້ວ່າ: ມາຮອດ​ປັດຈຸບັນ​ຍິງຢົງ​ຍັງບໍ່ທັນຕອບຄຳເຊີນ ຫຼື​ ໝາຍຮຽກ ວ່າຈະເຂົ້າໃຫ້ຄຳສອບສວນຄືແນວໃດເທື່ອ. ທີ່ມາ: ໂທລະພາບຊ່ອງ7

ອ່ານເພີ່ມ
ຂ່າວຕ່າງປະເທດ

ຈັງຫວັດ​ສະໝຸດສາຄອນ​ ປະເທດໄທ​ ພົບຜູ້ຕິດເຊື້ອໃໝ່​ພາຍໃນວັນດຽວ 914​ ຄົນ

ຂຽນໂດຍ: ຈະຕຸວັນ ດາວິນ
25/01/2021
in :  ຂ່າວຕ່າງປະເທດ, ເກາະຕິດ COVID-19
0
211

ອີງຕາມການລາຍງານຂອງສູນຂໍ້ມູນໂຄວິດ-19​ ຂອງຈັງຫວັດສະໝຸດສາຄອນ​ ປະເທດໄທ​ ວັນທີ 25​ ມັງກອນ​ 2021​ໃຫ້ຮູ້ວ່າ: ພາຍໃນ1ວັນຜ່ານມາພົບຜູ້ຕີດເຊື້ອໃໝ່​ 914 ຄົນ,​ ເປັນແຮງງານຕ່າງດ້າວ​ 795 ຄົນ,​ ຄົນໄທ​ 119 ຄົນ. ມາຮອດ​ປັດຈຸບັນ​ ຈັງຫວັດດັ່ງກ່າວມີຜູ້ຕິດເຊື້ອສະສົມທັງໝົດ 6.555 ຄົນ,​ ເປັນ​ແຮງງານ​ຕ່າງດ້າວ​ 4.694 ຄົນ.

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 1630Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ແມ່ຍິງລາວ​ ຜູ້ຢູ່ແນວໜ້າຖັນແຖວການເມືອງ ແລະການພັດທະນາຍຸກໃໝ່

ຈະຕຸວັນ ດາວິນ
15 ຊົ່ວໂມງ ກ່ອນ

ຍີ່ປຸ່ນ​ສະໜັບສະໜູນ​ 3​ແສນກວ່າໂດາໂລເຂົ້າໃນ ວຽກງານສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ

ຈະຕຸວັນ ດາວິນ
2 ມື້ ກ່ອນ

ລັດຖະບານກູ້ຢືມຕື່ມ 10 ລ້ານ ໂດລາສະຫະລັດໃສ່ໂຄງການໂຄວິດ-19

ຈະຕຸວັນ ດາວິນ
3 ມື້ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 15 ຊົ່ວໂມງ ກ່ອນ

    ແມ່ຍິງລາວ​ ຜູ້ຢູ່ແນວໜ້າຖັນແຖວການເມືອງ ແລະການພັດທະນາຍຸກໃໝ່

  • 2 ມື້ ກ່ອນ

    ຍີ່ປຸ່ນ​ສະໜັບສະໜູນ​ 3​ແສນກວ່າໂດາໂລເຂົ້າໃນ ວຽກງານສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ

  • 3 ມື້ ກ່ອນ

    ລັດຖະບານກູ້ຢືມຕື່ມ 10 ລ້ານ ໂດລາສະຫະລັດໃສ່ໂຄງການໂຄວິດ-19

  • 3 ມື້ ກ່ອນ

    ຕະຫຼາດສົມຫວັງ KM 8 ມີນະໂຍບາຍໃຫ້ຄ້າຂາຍຟຣີ 3 ເດືອນ ຕາມເງື່ອນໄຂ

  • 3 ມື້ ກ່ອນ

    ທ່ານ ອຸດົມ ພອນຄຳເພັງ​ ຂຶ້ນເປັນອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ຄົນໃໝ່

ຄຳຄົ້ນຫາຍອດນິຍົມ ຂ່າວ ຂ່າວລາວ ຂ່າວປະຈໍາວັນ ຂ່າວບັນເທີງ ບັນເທີງ ຈີນ ຂ່າວພາຍໃນ ຂ່າວເສດຖະກິດ ໄທ ອຸບັດເຫດ ທາງດ່ວນ ເສດຖະກິດ ການຊ່ວຍເຫຼືອ ແຈ້ງການ ຂ່າວຕ່າງປະເທດ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ