ຕຳຫຼວດໄທພົບຢາບ້າ 8 ລ້ານເມັດຢູ່ຝັ່ງແມ່ນໍ້າເຫືອງລາວ-ໄທ (ແກ່ນທ້າວ-ເລີຍ)
ຂ່າວຊ່ອງ8 ຂອງໄທລາຍງານໃນວັນທີ 2 ພະຈິກ2020ນີ້ ເຈົ້າໜ້າທີ່ຕຳຫຼວດຈັງຫວັດເລີຍ ຝັ່ງໄທໄດ້ກວດພົບຢາບ້າຈຳນວນ 8 ລ້ານເມັດ ບັນຈຸໃສ່ຖົງລະ 2 ແສນເມັດຈຳນວນ 40 ຖົງ, ໂດຍເອົາໄປໄປຖິ້ມໄວ້ປົນກັບກອງຂີ້ເຫຍື້ອແຄມແມ່ນໍ້າເຫືອງບ້ານນາຂ່າ ຕຳບົນປາກໝັນ ອຳເພີດ່ານຊ້າຍ ຈັ່ງຫວັດເລີຍ (ຝັ່ງໄທ). ເຈົ້າໜ້າທີ່ຢຶດຢາບ້າຈຳນວນທັງໝົດນັ້ນໄວ້ໄດ້ ແຕ່ບໍ່ພົບຜູ້ກະທຳຄວາມຜິດ, ໃນບໍລິເວນດັ່ງກ່າວນັ້ນຍັງພົບວ່າມີເຊືອກ ແລະວິທະຍຸສື່ສານອີກດ້ວຍ. ໂດຍເບື້ອງຕົ້ນຄາດວ່າໜ້າຈະຂົນມາຈາກທາງພາກເໜືອຝັ່ງລາວ ແລ້ວຂົນຂ້າມຊາຍແດນລໍໃຫ້ມີຄົນມາລຳລຽງເອົາອີກເທື່ອໜຶ່ງ.